ຈັນທະວິໄລ ບຸນທະລາ

(3.88)

ຫຼັກສູດຮຽນ

29

ນັກຮຽນ

494

Reviews

8

ກ່ຽວກັບຂ້ອຍ

ຮຽນຈົບປະລິນຍາຕີ ສາຂາວິຊາ ເຕັກນໂນໂລຊີ ຂໍ້ມູນຂ່າວສານ ຈາກ ປະເທດ ສສ ຫວຽດນາມ ແລະ ການເຄື່ອນໄຫວຜ່ານມາມີດັ່ງນີ:
- ປີ 2008 ເຖິງ 2009 ເປັນອາຈານສອນສາຂາວິຊາໄອທີ ຢູ່ວິທະຍາໄລ ວົງຈະເລີນ ແລະ ເປີດສູນສອນຄອມພິວເຕີ ຊີໄອທີ ຢູ່ ແຂວງຊຽງຂວາງ.
- ປີ 2009 ເຖິງ 2015 ເຂົ້າເຮັດວຽກຢູ່ ທະນາຄານ ນະໂຍບາຍ ສາຂາຊຽງຂວາງ ເປັນຮອງຫົວໜ້າຂະແໜງໄອທີ ແລະ ເປັນທີ່ປຶກສາ ບໍລິສັດ ຊີໄອທີ ຢູ່ ແຂວງຊຽງຂວາງ.
- ປີ 2016 ເຖິງ 2020 ຍົກຍ້າຍ ມາເປັນຫົວໜ້າຂະແໜງ ພັດທະນາໂປຼແກຼມ ຢູ່ ທະນາຄານ ນະໂຍບາຍ ສຳນັກງານໃຫຍ່ ແລະ ເປັນທີ່ປຶກສາ ບໍລິສັດ ຊີໄອທີ ສຳນັກງານໃຫຍ່ຢູ່ ຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
- ທ້າຍປີ 2020 ເຖິງປະຈຸບັນ ໄດ້ຂໍລາອອກຈາກທະນາຄານ ມາດຳເນີນທຸລະກິດເຕັມຕົວ ເຊິ່ງປະຈຸບັນເປັນອຳນວຍການ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດ ດຳເນີນທຸລະກິດ ທາງດ້ານວຽກງານໄອທີ ຄົບວົງຈອນ ເຊັ່ນ: ຕົວແທນຈຳໜ່າຍກ້ອງວົງຈອນປິດ Dahua Technology, ຮັບພັດທະນາແອັບມືຖື, ພັດທະນາໂປຼແກຼມ, ເວັບໄຊ, E-Learning ແລະ ອື່ນໆ ກ່ຽວກັບໄອທີ.

ຫຼັກສູດຂອງຂ້ອຍ